ຄວາມຮູ້ທົ່ວໄປ


ຕົນກຳເນີດຂອງຄອມພິວເຕີ
.
Amiga 1000 (1985)
ຄອມພິວເຕີ (ຄຳເຄົ້າ: ຄອມພິວເຕີຣ໌, ອັງກິດ: computer) ຫຼື ອອກດີນາເຕີ (ຝະລັ່ງ: ordinateur) ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ, ຄິດໄລ່ ແລະປະມວນຜົນ ທີ່ມີຄວາມຊັບຊ້ອນ. ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ (Program) ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ. ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ (Process) ຂໍ້ມູນ ທີ່ລວມມີທັງ ໂຕເລກ, ໂຕໜັງສື, ຮູບພາບ ຫຼື ສຽງ.
ຄອມພິວເຕີ ມີເປັນຫຼາຍໆຂະໜາດ. ຄອມພິວເຕີໃນຍຸກເລີ່ມຕົ້ນນັ້ນ ຈະມີຂະໜາດເທົ່າກັບຫ້ອງໃຫຍ່ຫ້ອງໜຶ່ງ ແລະໃນຄອມພິວເຕີທີ່ມີຂະໜາດໃຫຍ່ ດັ່ງກ່າວກໍ່ຍັງມີຢູ່ ເຊັ່ນ "ຊຸບເປີຄອມພິວເຕີ" (Super Computer) ທີ່ໃຊ້ສຳຫຼັບຄິດໄລ່ ທາງວິທະຍາສາດໃດໜຶ່ງ ທີ່ມີຄວາມຊັບຊ້ອນຫລາຍ ເຊັ່ນ ການພະຍາກອນອາກາດ, ການວິເຄາະໂມເລກຸນ; "ເມນເຟຣມ" (Mainframe) ທີ່ ໃຊ້ສຳຫຼັບຄິດໄລ່ ການຊຳລະສະສາງ ໃນ ບໍລິສັດໃຫຍ່ໆ. ຄອມພິວເຕີທີ່ນ້ອຍກ່ວານັ້ນ ແລະ ເພື່ອການນຳໃຊ້ສ່ວນບຸກຄົນ ເອີ້ນວ່າ "ຄອມພິວເຕີສ່ວນບຸກຄົນ" (Personal Computer) ແລະ ຄອມພິວເຕີ ທີ່ສາມາດຖືຕິດໂຕໄປມາໄດ້ ເຊັ່ນ "ໂນດບຸກ"(Notebook computer). ນອກຈາກນີ້ ມັນຍັງມີ ຄອມພິວເຕີນ້ອຍໆ ທີ່ຖືກໃຊ້ ເພື່ອຄວບຄຸມບັນຊາ ເຄື່ອງຈັກ ທີ່ໃຫຍ່ກ່ວາ ເຊັ່ນ ກ້ອງດີຈີຕອລ, ຍົນ ແລະອື່ນໆ.
ເນື້ອໃນ
ຮາດແວ(Hardware)
ຄຳວ່າ ຮາດແວ (hardware) ໝາຍຄວາມເຖິງ ທຸກໆພາກສ່ວນ ຂອງ ຄອມພິວເຕີ ທີ່ ແມ່ນວັດຖຸ ເຊັ່ນ ແຜງວົງຈອນ, ໜ້າຈໍ, ໜ່ວຍສະໜອງພະລັງງານໄຟຟ້າ, ສາຍເຄເບິນ, ຄີບອດ, ຈັກພິມ, ເມົາສ໌ ແລະອື່ນໆ.
ລຸ້ນທີໜຶ່ງ (ເມັກຄານິກ/ເມັກຄານິກໄຟຟ້າ)
ຈັກຄິດໄລ່

ອຸບປະກອນໂປຣແກຣມໄດ້

ລຸ້ນທີສອງ (ທໍ່ສູນຍາກາດ)
ຈັກຄິດໄລ່

ອຸບປະກອນໂປຣແກຣມໄດ້

ລຸ້ນທີສາມ (ແທຣນຊິສເຕີ ແລະ SSI, MSI, LSI


ລຸ້ນທີສີ່ (VLSI)
ມິນິຄອມພິວເຕີ

4-bit ໄມໂຄຣຄອມພິວເຕີ

8-bit ໄມໂຄຣຄອມພິວເຕີ

16-bit ໄມໂຄຣຄອມພິວເຕີ

32-bit ໄມໂຄຣຄອມພິວເຕີ

64-bit ໄມໂຄຣຄອມພິວເຕີ []




ທິດສະດີ/ຢູ່ໃນໄລຍະທົດລອງ





ຫົວຂໍ້ຮາດແວອື່ນໆ
ເຂົ້າ

ອອກ

ທັງສອງ

ໄລຍະໃກ້
RS-232, SCSI, PCI(Peripheral Component Interconnect), USB

Ethernet, ATM(Asynchronous Transfer Mode), FDDI(Fiber distributed data interface)

ຊອຟແວ(Software)
ຊອຟແວ (Software) ແມ່ນແງ່ໜື່ງຂອງຂໍ້ມູນທົ່ວໄປ ທີ່ຖືກບັນທືກລົງໃນອຸປະກອນ. ຍົກຕົວຢ່າງ, ເມື່ອເຈົ້າໄປທີ່ຮ້ານວີດີໂອ ແລະ ເຊົ່າ ຫຼື ຊື້ ເທບ (tape) ຫຼື ວີດີໂອ (video), ສີ່ງທີ່ເຈົ້າໄດ້ແທ້ນັ້ນ ກໍ່ຄື ຊອຟແວ(Software)ທີ່ບັນທືກຢູ່ໃນ ເທບ (tape) ຫຼື ວີດີໂອ (video) ນັ້ນ . ເຄື່ອງ VCR or DVD player ຂອງເຈົ້າ ນັ້ນແມ່ນ ອຸປະກອນ ຮາດແວ (hardware devices) ທີ່ສາມາດອ່ານ ຊອຟແວ (Software) ຈາກ ເທບ (tape) or ແຜ່ນດິດຊ (disk) ແລະ ສາຍອອກສູ່ໜ້າຈໍໂທລະທັດ (TV (output device).
ໂຕໜັງສືເຂັ້ມ''''ໂຕໜັງສືເຂັ້ມ''''ໂຕໜັງສືເຂັ້ມ''''
ຄວາມຮຼ້ເບື້ອງຕົ້ນກ່ຽວກັບ ຄອມພິວເຕີ
ກ່ອນທີ່ເຮົາຈະນຳໃຊ້ຄອມພິວເຕີ ສິ່ງທີ່ສຳຄັນທີ່ສຸດ,ເຮົາຈຳເປັນທີ່ຈະຕ້ອງໄດ້ຮຼ້ຈັກບັນດາອົງປະກອບທີ່ສຳຄັນຂອງຄອມພິວເຕີເສຍກ່ອນ.
ອົງປະກອບທີ່ສຳຄັນໃນຄອມພິວເຕີ (Computer)
  • ຫນ່ວຍສະແດງຜົນ (ຈໍພາບ/Monitor)
  • ຫມໍ້ເກັບໄຟຟ້າ (UPS)
  • ຄີບອດ (ແປ້ນພີມ/Keyboard)
  • ຕົວຊີ້ຄຳສັ່ງ ຊ້າຍ-ຂວາ (ເມົາ/Mouse)
  • ຫນ່ວຍປະມວນຜົນ (CPU)

ไม่มีความคิดเห็น:

แสดงความคิดเห็น