ໜ້າເລີ່ມຕົ້ນ


ການສ້ອມແປງຄອມພີວເຕີ
          ຄອມພີວເຕີປະກອບດ້ວຍອຸປະກອນແຕ່ລະຕົວເຊິ່ງມີໜ້າທີ່ໃນການເຮັດວຽກແຕກຕ່າງກັນ ເຮົາຄວນຈະຮູ້ຈັກເຖິງການເຮັດວຽກຂອງອຸປະກອນຕ່າງໆພາຍໃນເຄື່ອງຄອມພີວເຕີກ່ອນນ່ີ້ເພື່ອໃຫ້ເຂົ້າໃຈການເຮັດວຽກຂອງອຸປະກອນແຕ່ລະໂຕ  ແລະ ສາມາດຕິດຕັ້ງ ແລະ ກວດສອບປັນຫາໃນການທຳງານຂອງເຄື່ອງຄອມພີວເຕີິໄດ້ເປັນຢ່າງດີ.
ຊີພີຍູ (CPU: Central Processing Unit) ປຽບເໝືອນສະໝອງຂອງຄອມພີວເຕີພາຍໃນຊີພີຍູຈະປະກອບສານກຶງຕົວນຳທາງອິເລັກໂຕນິກທີ່ເອີ້ນວ່າ ຊິລິກອນ(Silicon)” ເຊິ່ງນຳຊິລິກອນມາເຈືອກັບວັດສະດຸບາງຊະນິດເພື່ອໃຫ້ເກີດສະພາວະການນຳໄຟຟ້າໄດ້ ຊິລິກອນທີ່ຜ່ານການເຈືອປົນນີ້ຈະຖືກນຳມາຮຽງປະກອບກັນເປັນທານຊິດເຕີ ຊີພີຍູໜຶ່ງໜ່ວຍຈະມີຈຳນວນຫຼາຍສິບລ້ານໂຕ.
     I.        ໜ່ວຍຄວາມຈຳ (Ram) ຄັງຂໍ້ມູນສ່ວນກາງ
ໜ່ວຍຄວາມຈຳທີ່ໃຊ້ເປັນໜ່ວຍຄວາມຈຳຫຼັກຂອງເຄື່ອງຄອມພີວເຕີເອີ້ນວ່າ RAM ເຊິ່ງຄຳນີ້ຫຍໍ້ມາຈາກ Random Access Memory . RAM ແມ່ນຄວາມຈຳປະເພດທີ່ສາມາດອ່ານ ແລະ ຂຽນຂໍ້ມູນລົງໄປໄດ້ຕະຫຼອດເວລາແຕ່ຖ້າໄຟຟ້າຫຼັບຫຼືປິດເຄື່ອງຂໍ້ມູນໃນໜ່ວຍຄວາມຈຳຈະຫາຍໄປ.
          ໜ່ວຍຄວາມຈຳຈະເຮັດວຽກຮ່ວມກັບຊີພີຍູຕະຫຼອດເວລາ ເກືອບທຸກຈັງຫວະການເຮັດວຽກຂອງຊີພີຍູຈະຕ້ອງມີການ ອ່ານ/ຂຽນ ຂໍ້ມູນໄປໜ່ວຍຄວາມຈຳRamຕະຫຼອດ ຫຼື ໃນຂະນະທີ່ສັ່ງໃຫ້ຍ້າຍຂໍ້ມູນຈາກບ່ອນໜຶ່ງໄປອີກບ່ອນໜຶ່ງຕໍ່ຕ້ອງໄດ້ໃຊ້ໜ່ວຍຄວາມຈຳເປັນຕົວກາງໃນການສົ່ງຂໍ້ມູນ.
   II.        ກາຣ໌ດສະແດງຜົນ (Graphic Card) ສີສັນຂອງຄອມພີວເຕີ
          ກາຣ໌ດສະແດງຜົນຄືແຜນວົງຈອນທີ່ສົ່ງຂໍ້ມູນຈາກເຄື່ອງຄອມພີວເຕີໄປສະແດງຜົນທີ່ຈໍພາບກາຣ໌ດສະແດງຜົນໃນປັດຈຸບັນຈະມີຮູບແບບຫົວຕໍ່ມາດຕະຖານ PCI Express X16 ຊິ່ງມີປະສິດທິພາບສູງ ແລະ ໄດ້ຮັບຄວາມນິຍົມ ສ່ວນສະຫຼ໋ອດ Slot ແບບ AGP ໄດ້ເລີກໃຊ້ງານແລ້ວ.
          ໂປຣແກຣມໃນປັດຈຸບັນຕ້ອງການປະສິດທິພາບໃນການຄຳນວນທາງດ້ານພາບສູງຂຶ້ນໂດຍສະເພາະເກມທີ່ບັນດາຜູ້ຜະລິດຕ່າງໆກໍ່ພັດທະນາເກມຂອງຕົນໃຫ້ມີພາບທີ່ລະອຽດສົມຈິງກາຣ໌ດສະແດງຜົນຈຶ່ງຕ້ອງພັດທະນາໃຫ້ສາມາດປະມວນຜົນໄດ້ຢ່າງໄວ ພ້ອມກັບກຣາບຟິກທີ່ສວຍງາມຫຼາຍຂຶ້ນ.
 III.        ກາຣ໌ດສຽງ (Sound Card) ເປີດໂລກແຫ່ງລະບົບສຽງ
          ກາຣ໌ດສຽງຄືແຜງວົງຈອນທີ່ສ້າງສຽງຕ່າງໆ ແລ້ວສົ່ງໄປລຳໂພງເທັກໂນໂລຢີຂອງກາຣ໌ດສຽງໄດ້ເຮັດໃຫ້ເຄື່ອງຄອມພີວເຕິກາຍເປັນເຄື່ອງວົງດົນຕີ ເຕັກໂນໂລຊີການສ້າງສຽງ 3 ມິຕິ ຫຼືລະບົບສຽງຮອບທິດທາງນັ້ນຈະມີຫຼາຍຊື່ເພາະແຕ່ລະຜູ້ຜະລິດ ກາຣ໌ດສຽງນັ້ນມັກຈະຄິດຄົ້ນເຕັກໂນໂລຊີທີ່ເປັນຂອງຕົນເອງເຊັ່ນ EAX ຂອງ Creative ເປັນຕົ້ນ.
          ກາຣ໌ດສຽງປະກອບໄປດ້ວຍຊິບທີ່ເຮັດໜ້າທີ່ປະມວນຜົນຂອງສຽງເປັນຫຼັກນອກຈາກນັ້ນຈະເປັນຫົວຕໍ່ທີ່ໃຊ້ຕໍ່ເພື່ອນຳສັນຍານສຽງເຂົ້າ ແລະ ອອກໄປທີ່ລຳໂພງເຊັ່ນຫົວຕໍ່ນຳສັນຍານສຽງຈາກຫົວອ່ານ DVD ຫຼື ຈະເປັນຫົວຕໍ່ທາງດ້ານຫຼັງຂອງກາຣ໌ດເພື່ອໃຊ້ຕໍ່ອອກໄປທີ່ລຳໂພງເປັນຕົ້ນ ສ່ວນປະກອບຂອງກາຣ໌ດສຽງຈະສະແດງດັ່ງຮູບ
 IV.        ຣາດດິດ (Harddisk) ຄັງຂໍ້ມູນຂະໜາດໃຫຍ່
          ສຳລັບຮ໌າດດິດຖືເປັນສື່ຫຼັກທີ່ໃຊ້ເກັບຂໍ້ມູນຂອງເຄື່ອງຄອມພີວເຕີ ດ້ວຍເຫດຜົນທີ່ມີຄວາມຈຸສູງ ແລະ ລາຄາຕໍ່ຄວາມຈຸຕ່ຳກວ່າສ່ວນເກັບຂໍ້ມູນປະເພດອື່ນໆ ພາຍໃນ ຣ໌າດດິດຈະມີແຜນຈານແມ່ເຫຼັກກົມໆແບນໆທີ່ໃຊ້ບັນທຶກຂໍ້ມູນວາງຊ້ອນກັນເປັນຊັ້ນໆ ແລະ ຍຶດຕິດກັນກັບມໍ່ເຕີທີ່ໝຸນດ້ວຍຄວາມໄວຫຼາຍພັນຮອບຕໍ່ນາທີ.
          ໂດຍມີແຂນນ້ອຍໆ ທີ່ຍື່ນອອກມາບ່ອນປາຍຂອງແຂນຈະມີຫົວອ່ານຊຶ່ງໃຊ້ສຳລັບອ່ານຂໍ້ມູນລົງທີ່ຈານແມ່ເຫຼັກ ການອ່ານຫຼືຂຽນຂໍ້ມູນຂອງ ຣ໌າດດິດຈະໃຊ້ຫຼັກການປ່ຽນແປງສະໜາມແມ່ເຫຼັກທີ່ຫົວອ່ານ ຂະໜາດຂອງຈານແມ່ເຫຼັກທີ່ໃຊ້ກັບເຄື່ອງຄອມພີວເຕີຕັ້ງໂຕະຈະມີເສັນຜ່າສູນກາງ 3.5 ນິ້ວ ສ່ວນຣ໌າດດິດ ໂນ໋ດບຸກຈະມີ ຂະໜາດ 2.5
  V.        ແມນບອຣ໌ດ (Mainboard) ສູນກາງຂອງຄອມພີວເຕີ
ແມນບອຣ໌ດເປັນສູນກາງຂອງການເຊື່ອມຕໍ່ສຳລັບອຸປະກອນພາຍໃນເຄື່ອງຄອມພີວເຕີມີຊິບເຊັດເຮັດໜ້າທີ່ຄວບຄຸມການຮັບ/ສົ່ງຂໍ້ມູນຂອງອຸປະກອນຕ່າງໆ ອີກຊັ້ນໜຶ່ງ ແມນບອຣ໌ດທີ່ນິຍົມໃຊ້ຈະອອກແບບຕາມມາດຕະ ຖາານ ATX (Advance Technology Extension) ເພື່ອຍ້າຍຊີພີຍູໄປຢູ່ໃຫ້ພັດລົມຂອງແຫຼ່ງຈ່າຍໄຟເຮັດໃຫ້ຮະບາຍຄວາມຮ້ອນອອກໄປໄດ້ໄວ.
ນອກຈາກແມນບອຣ໌ດມາດຕະຖານ ATX ທີ່ຄຸ້ນເຄຍແລ້ວປັດຈຸບັນມີ ແມນບອຣ໌ດມາດຕະຖານ Mini-ITX ຊຶ່ງເປັນແມນບອຣ໌ດຂະໜາດນ້ອຍອອກແບບມາສຳລັບຄອມພີວເຕີຂະໜາດນ້ອຍເພື່ອຄວາມບັນເທີງດ້ວຍການທີ່ Case ອອກແບບໃຫ້ຂະໜາດນ້ອຍເໝາະສົມສຳລັບວາງຂ້າງຈໍພາບ LCD TV ໂຕແມນບອຣ໌ດຈິ່ງຕ້ອງມີຂະໜາດນ້ອຍໄປນຳ ແມນບອຣ໌ດ Mini-ATX ສ່ວນໃຫຍ່ຈະລວມທຸກຢ່າງໄວ້ແມນບອຣ໌ດແລະມີພຽງ 1ຢ່າງເປັນສ່ວນໃຫຍ່.
 VI.        ສ່ວນປະກອບຂອງແມນບອຣ໌ດ
          ແມນບອຣ໌ດເປັນແຜງວົງຈອນຫຼັກທີ່ສຳຄັນທີ່ສຸດຂອງຄອມພີວເຕີດັ່ງນັ້ນຈຶ່ງຄວນຮູ້ຈັກຕຳແໜ່ງຂອງອຸປະກອນຕ່າງໆ ບ່ອນແມນບອຣ໌ດກ່ອນຈຶ່ງຈະສາມາດປະກອບເຄື່ອງຄອມພີວເຕີໄດ້ອຸປະກອນຫຼັກທີ່ສຳຄັນກໍ່ມີ ຊ໋ອກເກັດ Socket ສຳລັບຊີພີຍູ, ຊ໋ອກເກັດແຣມ Socket RAM, ຊິບເຊັດ Chipset ຊຶ່ງເຮັດໜ້າທີ່ຄວມຄຸມອຸປະກອນຕ່າງໆທັງໝົດ, ຫົວຕໍ່ ແລະ ສະຫຼ໋ອດສຳລັບຕິດຕັ້ງອຸປະກອນ ແລະ ກາຣ໌ດຕ່າງໆ ຮວມໄປຖຶງຫົວຕໍ່ອຸປະກອນພາຍນອກທີ່ອອກມາທາງດ້ານຫຼັງເຄື່ອງ.
          ຊຶ່ງປັດຈຸບັນການອອກແບບແມນບອຣ໌ດຈະມີການໃຊ້ສີ ເພື່ອແບ່ງແຍກປະເພດຂອງຊ໋ອກເກັດຫຼືຫົວຕໍ່ກັບອຸປະກອນຕ່າງໆ ລວມໄປຖຶງຫົວຕໍ່ກັບອຸປະກອນຕ່າງໆໄດ້ງ່າຍຂຶ້ນ ຖຶງແມ່ນວ່າສີສັນບ່ອນແມນບອຣ໌ດອາດຈະແຕກຕ່າງກັນໄປຕາມແຕ່ລະຍີ່ຫໍ້ຂອງຜູ້ຜະລິດ.
A.   ຊ໋ອກເກັດຊີພີຍູ
ຊ໋ອກເກັດຊີພີຍູ (Socket CPU) ເປັນບ່ອນຕິດຕັ້ງຊີພີຍູ ຮູບແບບຊ໋ອກເກັດຈະແຕກຕ່າງກັນໄປຕາມຢີ່ຫໍ້ ແລະ ລຸ້ນຊີພີຍູ ການຊື້ Maindboard ຈຶ່ງຈະຕ້ອງກວດສອບວ່ານຳເອົາໄປໃຊ້ກັບຊີພີຍູລຸ້ນໃດ ຊ໋ອກເກັດທີ່ນິຍົມໃຊ້ໃນປັດຈຸບັນນີ້ຈະມີ Socket : LGA775, LGA1155, LGA 1156, LGA 2011. ເຊຶ່ງເປັນ ບໍລິສັດ Intel ແລະ ຈະມີຊອກເກັດອີກເຊັ່ນ ມີ Socket : AM3+, FM1 ແລະ FM2 ສຳລັບຊີພີຍູຊອງ ບໍລິສັດ AMD.
B.   ຊິບເຊັດ Chipset
ຊິບເຊັດເຮັດໜ້າທີ່ຄວບຄຸມການເຮັດວຽກຂອງອຸປະກອນທັງໝົດທີ່ຢູ່ Mainboard ແລະ ຊິບເຊັດຈະເປັນສິ່ງກຳນົດວ່າ Mainboard ນີ້ຈະໃຊ້ຊີພີຍູໂຕໃດ ເພາະຊີບເຊັດແຕ່ລະອັນຈະອອກແບບມາເພື່ອໃຫ້ຮອງຮັບການທຳງານກັບຊີພີຢູໂຕນັ້ນໃຫ້ມີປະສິດທິພາບແຕ່ເດີມຊິບເຊັດທີ່ Mainboard ຈະມີຢູ່ 2 ອັນຄື North Bridge ແລະ South Bridge
ຊິບເຊັດ ຈະເຮັດໜ້າທີ່ຄວບຄຸມການຮັບ/ສົ່ງຂໍ້ມູນຂອງຊີພີຍູ ແລະ ແຣມ ຕະຫຼອດຈນຮອດສະຫຼ໋ອດຂອງ ກາຣ໌ດສະແດງຜົນ ແລະ ເຮັດໜ້າທີ່ຄວບຄຸມສະຫຼ໋ອດ PCI Express, ຊ້ອງຕ່າງໆລວມເຖິງອຸປະກອນຕໍ່ພວງທຸກຢ່າງບໍ່ວ່າຈະເປັນ Keyboard, Mouse ຫຼື Port ທີ່ຢູ່ທາງຫຼັງເຄື່ອງຄອມພີວເຕີ
C.    ຊອດເກັດແຣມ Socket Ram
ລັກສະນະຂອງຊ໋ອກເກັດRamທີ່ໃຊ້ງານປັດຈຸບັນນິຍົມໃຊ້ແຣມ DDR3 ຊຶ່ງຊ໋ອກເກັດແຕ່ລະແບບມີ ຮ່ອງບາກທີ່ແຕກຕ່າງກັນ ເພື່ອບໍ່ໃຫ້ໃຊ້ງານແຣມທີ່ຜິດປະເພດໄດ້ ແລະ ກໍ່ບໍ່ສາມາດນຳແຣມ DDR2 ມາໃຊ້ງານກັບMainboard ທີ່ເປັນຊ໋ອກເກັດ DDR 3 ໄດ້ເຊັ່ນກັນ.
D.   ສະຫຼ໋ອດກາຣ໌ດສະແດງຜົນ Slot Graphic Card
ສະຫຼ໋ອດກາຣ໌ດສະແດງຜົນນິຍົມໃຊ້ສະຫຼ່ອດ PCI Express X16 ຢ້ອນປະສິດທິພາບໃນການຮັບ/ສົ່ງຂໍ້ມູນຫຼາຍກວ່າ 4GB/s ເຊິ່ງສູງກວ່າ ສະຫຼ໋ອດ AGP ບັດຈຸບັນ ສະຫຼ໋ອດ PCI Express ໄດ້ຮັບການພັດທະນາເປັນລຸ້ນທີ2 ແລະ 3 ໂດຍມີປະສິດທິພາບສູງຂຶ້ນ ສົ່ງຜົນໃຫ້ປະສິທິພາບການເຮັດວຽກຂອງກາຣ໌ດດະແດງຜົນມີຄວາມໄວເພີ່ມຂຶ້ນອີກດວ້ຍ.
E.    ສະຫຼ໋ອດ Slot PCI
          ສະຫຼ໋ອດ PCI (Peripheral Component Interconnect) ເຮັດວຽກທີ່ຄວາມໄວ 33 MHz ແລະ ສົ່ງຂໍ້ມູນທີ່ 32 Bit ເຮັດໃຫ້ອີອັດຕາການຮັບ/ສົ່ງ ຂໍ້ມູນຢູ່ 133 MB/s ສະຫຼ໋ອດ PCI ມີໄວ້ສຳລັບຕິດຕັ້ງກາຣ໌ດທີ່ເປັນອຸປະ
ກອນທີ່ເຮັດໜ້າທີ່ເປັນອຸປະກອນເສີມຕ່າງໆເຊັ່ນກາຣ໌ດສຽງ Sound Card  ກາຣ໌ດໂມເດັມ Modem ຫຼື ກາຣ໌ດແລນ Card landເປັນຕົ້ນ
F.    ຫົວຕໍ່ ໄດຣ໌ Drive ຕ່າງໆ
ຫົວຕໍ່ໄດຣ໌ Drive ແບ່ງອອກເປັນ 2 ແບບຄື ຫົວຕໍ່ສຳລັບ ຊີດີ/ດີວີດີ (CD-DVD) ຫົວຕໍ່ສຳລັບ Harddisk
ຊຶ່ງມີຢູ່ 2 ແບບຄື
-     ຫົວຕໍ່ IDE ມີລັກສະນະເປັນຂາເຂັມໂດຍມີຈຳນວນເຂັມ 40 ຂາ (ເຂັມທີ 20 ຈະຖືກຫັກອອກເພື່ອການປ້ອງກັນການສຽບຜິດ) Mainboard ລຸ້ນໃໝ່ຈະມີຫົວຕໍ່ແບບ IDE ມາໃຫ້ພຽງອັນດຽວຫຼືອາດຈະບໍ່ມີ ເນື່ອງຈາກໄດ້ຮັບຄວາມນິຍົມນ້ອຍລົງ ແຕ່ລະຫົວຕໍ່ຈະຕິດຕັ້ງອຸປະກອນໄດ້ 2 ອັນຂະໜານກັນທີ່ສາຍແພເສັ້ນດຽວກັນ ການເຊື່ອມຕໍ່ແບບ IDE ນີ້ເອີ້ນວ່າ = ເອທີເອແບບຂະໜານ (Parallel ATA) ຫຼື ເອີ້ນອີກວ່າ PATA 
-     ຫົວຕໍ່ແບບ Serial ATA (Serial Advanced Technology Attachment ) ມີຂະ      ໜາດນ້ອຍກວ່າແບບ IDE ການຮັບ/ສົ່ງຂໍ້ມູນເລີ່ມຕົ້ນທີ່ 150/ MB/s ປັດຈຸບັນ Serial ATA ໄດ້ຮັບການພັດທະນາອັດຕາການຮັບ/ສົ່ງຂໍ້ມູນໃຫ້ສູງຂຶ້ນທີ່ 300 MB/s ແລະ ປັດຈຸບັນ 600 MB/s ຕາມລຳດັບ

G.   ຫົວຕໍ່ແຫຼ່ງຈ່າຍໄຟ
ຮູບແບບຂອງຫົວຕໍ່ແຫຼ່ງຈ່າຍໄຟມີຢູ່ 2 ແບບຄືຫົວຕໍ່ແບບ ATX ຊິ່ງເປັນຫົວຕໍ່ຫຼັກທີ່ມີແມນບ໋ອດທຸກລຸ້ນຈະຕ້ອງມີໂດຍເປັນຊຸດຈ່າຍໄຟຫຼັກສຳລັບແມນບ໋ອດ ຫົວຕໍ່ ATX ເປັນແບບ 20 ຊ້ອງ (2 ແຖວໆ ລະ10) ແຕ່ປັດຈຸບັນຫົວຕໍ່ ATX ທີ່ໃຊ້ກັບແມນບ໋ອດລຸ້ນໃໝ່ຈະເປັນແບບ ATX 24 ຊ້ອງ (2 ແຖວໆລະ 12 ຊ່ອງ) ໂດຍການເພີ່ມຕຳແໜ່ງບ່ອນຈ່າຍໄຟໃຫ້ຫຼາຍຂຶ້ນ.
Mainboard ທຸກລຸ້ນໃນປັດຈຸບັນຕ້ອງໃຊ້ຫົວຕໍ່ນີ້ເພີ່ມຂຶ້ນ ແລະ ແຫຼ່ງຈ່າຍໄຟ Power Supply ໃນປັດຈຸບັນກໍ່ມີຫົວຕໍ່ATX 12Vນີ້ເກືອບທຸກລຸ້ນ.
H.   ຫົວຕໍ່ສາຍສະວິກຄວບຄຸມ
ຊ້ອງສຽບສາຍສະວິກສຳລັບຄວບຄຸມການເຮັດວຽກຂອງເຄື່ອງຄອມພີວເຕີ ແມ່ນຕຳແໜ່ງຂອງສາຍເປີດປິດຈາກດ້ານໜ້າ ເຄດ Case ເພື່ອໃຊ້ຄວບຄຸມການເປີດ/ປິດເຄື່ອງ ຫຼື ການ ຣີເຊັດເຄື່ອງຄອມພີວເຕີ ຊຶ່ງລວມໄປຖິງຫຼອດໄຟສະແດງສະຖານະການເຮັດວຽກຂອງເຄື່ອງຄອມພີວເຕີ ແລະ Harddisk ນຳ.
I.     ພ໋ອດ Port ເຊື່ອມຕໍ່ຕ່າງໆ
ພ໋ອດເຊື່ອມຕໍ່ຕ່າງໆ ແມ່ນຕຳແໜ່ງຂອງຫົວຕໍ່ກັບອຸປະກອນຕ່າງໆ ຊຶ່ງຈະຢູ່ດ້ານຫຼັງຂອງ Mainboard ໂດຍຫົວຕໍ່ເຫຼົ່ານີ້ໃຊ້ກັບອຸປະກອນເຊັ່ນ: ຄີບອດ, ເມົ໋າ, ປິນເຕີ ຫຼື ອຸປະກອນທີ່ຈະນຳມາເຊື່ອມຕໍ່ກັບເຄື່ອງຄອມພີວເຕີລັກສະນະຂອງຫົວຕໍ່ກໍ່ຈະແຕກຕ່າງກັນໄປຕາມແຕ່ລະປະເພດ ແລະ ການໃຊ້ງານ.
VII.        ໄດຣ໌ Dirve CD/DVD
               ໄດຣ໌ CD/DVD ເປັນສິ່ງທີ່ໃຊ້ແສງເລເຊີໃນການອ່ານຂໍ້ມູນ ຕ່າງຈາກ Harddisk ທີ່ໃຊສະໜາມແມ່ເຫຼັກໃນການອ່ານຂຽນຂໍ້ມູນ ເຕັກໂນໂລຢີໃນການອ່ານ/ຂຽນຂໍ້ມູນດ້ວຍແສງຊ່ວຍໃຫ້ສາມາດເກັບຂໍ້ມູນໄດ້ໃນຂັ້ນ GB ໄດ້ດ້ວຍແຜ່ນ DVD ບາງໆພຽງແຜ່ນດຽວ ໃນປະຈຸມັນແຫຼ່ງເກັບຂໍ້ມູນທີ່ໃຊ້ແສງໃນການເກັບຂໍ້ມູນແບບໃໝ່ທີ່ຈະມາແທນ DVD ກໍ່ຄື Blu-ray ໂດຍມີຄວາມຈຸສູງ 30GB
VIII.        ຈໍພາບ (Monitor)
                  ຈໍພາບ (Monitor) ເປັນສ່ວນປະກອບທີ່ໃຊ້ສະແດງຜົນຂອງເຄື່ອງຄອມພີວເຕີຈໍພາບມີຢູ່ 2 ແບບຄືແບບຫຼອດພາບ CRT ເຊິ່ງຈະຄືກັນກັບຈໍພາບໂທລະພາບ ຈໍພາບນີ້ປັດຈຸບັນບໍ່ໄດ້ຮັບຄວາມນິຍົມ ເພາະມັນມີຂະ  ໜາດໃຫຍ່ນ້ຳໜັກຫຼາຍ ແລະ ຍັງມີລັງສີອອກມາຈາກຈໍພາບ ແລະ ເກີດຄວາມຮ້ອນສູງໃນເວລາທີ່ໃຊ້ງານ ສ່ວນອີກຈໍພາບກໍ່ຄື LCD (Liquid Crystal Display) ແລະ LED (Light Emitting Diode) ຊຶ່ງມີຂະໜາດນ້ອຍ ແລະ ບາງກວ່າແບບ CRT ຈໍ LCD ຈຶ່ງໃຊ້ພະລັງງານໄຟຟ້ານ້ອຍກວ່າ ແລະ ຍັງບໍ່ເຮັດໃສ້ແສບຕາຂອງຜູ້ໃຊ້ງານ.
 IX.         ຄີບອດ ແລະ ເມົ໋າ (Keyboard & Mouse)
            ຄີບອດ ເປັນອຸປະກອນຫຼັກທີ່ໃຊ້ຄວບຄຸມ ແລະ ສັ່ງການເຄື່ອງຄອມພີວເຕີສ່ວນເມົ໋າເປັນອຸປະກອນເສີມທີ່ຊ່ວຍອຳນວຍຄວາມສະດວກໃນການຄວບຄຸມ ແລະ ສັ່ງການວິນໂດ ການເຮັດວຽກຂອງເມົ໋າຈະມີແບບທີ່ໃຊ້ລູກກິ້ງ ແລະ ແບບໃຊ້ແສງເປັນບ່ອນກວດສອບການເຄື່ອນໄຫວ ປັດຈຸບັນຄືບອດ ແລະ ເມົ໋າມີທັງແບບທຳມະດາ ແລະ ແບບບໍ່ມີສາຍ ເພື່ອໃຫ້ການໃຊ້ງານສະດວກ.
   X.        ເຄັດ (Case) ຮ່າງກາຍຂອງຄອມພີວເຕີ
          ເຄັດ (Case) ມີລັກສະນະເປັນກ່ອງສີ່ຫຼ່ຽມ ເຮັດດ້ວຍໂລຫະເຊັ່ນເຫຼັກ, ອະລູມີນຽມ ຫຼື ຍາງຊະນິດແຂງ ເຄັດຈະເປັນອຸປະກອນທີ່ບັນຈຸຊິ້ນສ່ວນອຸປະກອນຕ່າງໆຂອງເຄື່ອງຄອມພີວເຕີໂດຍທົ່ວໄປແລ້ວຈະມີ 2 ແບບຄື ແບບທີ່ວາງໃນແນວນອນ ຫຼື Desktop ແລະ ແບບວາງໃນແນວຕັ້ງ ຫຼື (Tower)
            ສຳລັບແບບ ທາວເວີ ຍັງແບ່ງອອກເປັນ 3 ຂະໜາດຄື: ຂະໜາດນ້ອຍ (Mini-tower), ຂະໜາດກາງ (Medium-Tower) ແລະ ຂະໜາດໃຫຍ່ (Full Tower) ເຄື່ອງທີ່ໃຊ້ງານຕາມເຮືອນ ແລະ ສຳນັກງານສ່ວນຫຼາຍຈະໃຊ້ເຄັດຂະໜາດກາງ (Medium-Tower) ສ່ວນຂະໜາດໃຫຍ່ນັ້ນຈະມັກເຫັນໃຊ້ເຄື່ອງເຊີບເວີ.
                   ແຫຼ່ງຈ່າຍໄຟ (Power Supply)ເຮັດໜ້າທີ່ຈ່າຍກະແສໄຟຟ້າໃຫ້ກັບອຸປະກອນທັງໝົດພາຍໃນເຄື່ອງແຫຼ່ງຈ່າຍໄຟຈະແປງໄຟຟ້າກະແສສະລັບ 220 ໂວນ ທີ່ໃຊ້ກັນຕາມເຮືອນໃຫ້ເປັນໄຟຟ້າກະແສກົງຂະໜາດ 3, 3,5,5 ແລະ 12 ໂວນ ເພື່ອຈ່າຍໃຫ້ກັບອຸປະກອນຕ່າງໆ ນອກຈາກນີ້ແຫຼ່ງຈ່າຍໄຟທີ່ດີຈະຕ້ອງມີວົງຈອນທີ່ຄວບຄຸມລະດັບຂອງແຮງດັນໄຟຟ້າຄົງທີ່ ຕະຫຼອດເວລາເພື່ອບໍ່ໃຫ້ເກີດການເສຍຫາຍກັບອຸປະກອນພາຍໃນເຄື່ອງຄອມພີວເຕີ
ພາຍໃນແຫຼ່ງຈ່າຍໄຟຈະມີໝໍ້ແປງ (Transformer) ເພື່ອເຮັດໜ້າທີ່ແປງແຮງດັນໄຟຟ້າໃຫ້ກັບເຄື່ອງຄອມພີວເຕີ ນອກຈາກນີ້ຍັງມີໂຕເກັບປະຈຸ (Capacitor)  ແລະ ຂົດລວດ (Coil) ຊຶ່ງເຮັດໜ້າທີ່ຕອງແຮງດັນໄຟຟ້າໃຫ້ລຽງຄົງທີ່ຕະຫຼອດເວລາ ພັດລມທີ່ຢູ່ໃນແຫຼ່ງຈ່າຍໄຟເຮັດໜ້າທີ່ຮະບາຍຄວາມຮ້ອນໃຫ້ກັບໂຕໝໍ້ແປງ ແລະ ຍັງຊ່ວຍໃຫ້ລະພາບຄວາມຮ້ອນພາຍໃນເຄື່ອງຄອມພີວເຕີ.

ບົດທີ2
ຮູຈັກຊ໋ອກເກັດຂອງຊີພີຍູ
     I.        ຊ໋ອກເກັດຂອງຊີພີຍູ.
          ການເລືອກຊື້ ແລະ ໃຊ້ງານຊີພີຍູຄວນຮູ້ຈັກກັບຊ໋ອກເກັດຂອງຊີພີຍູເນື່ອງຈາກຈະເປັນໂຕກຳນົດລຸ້ນຂອງຊີພີຍູທີ່ສາມາດໃຊ້ງານໄດ້ຮູບແບບຂອງຊ໋ອກເກັດໄດ້ຮັບການອອກແບບໂດຍ Intel ແລະ AMD ເພື່ອໃຊ້ງານກັບຊີພີຍູຂອງຕົນ.
1.  ຊີພີຍູຂອງອິນເທວ Intel CPU
A.   Intel LGA 775
ຊ໋ອກເກັດ LGA ໄດ້ຮັບການອອກແບບມາສຳລັບຊີພີຍູລຸ້ນກະກູນ Celeron D, Pentium 4, Pentium D, Pentium Extreme, Pentiunm Dual Core, Core 2 Duo, Core 2 Quad, Core 2 Extreme. ເຊິ່ງໄດ້ຮັບຄວາມນິຍົມໃນເມື່ອປີ2008 ຊ໋ອກເກັດນີ້ເລີ່ມໄດ້ຮັບຄວາມນິຍົມນ້ອຍລົງເພາະຄວາມໄວບໍ່ສູງ ແລະ ກໍ່ເລີກການຜະລິດບາງຊີພີຍູ.

B.   Intel LGA 1366
C.    Intel LGA 1150
ຊ໋ອກເກັດ LGA 1150 ເປັນຊ໋ອກເກັດສຳລັບຊີພີຍູຕະກູນ Pentium G, Core i3 Core i5 core i7 Generation 3, 2,4
D.   Intel LGA 1151
ພັດທະນາຕໍ່ຈາກ LGA 1150 ເປັນຊ໋ອກເກັດສຳລັບຊີພີຍູ Core i3, Core i5, Core i7, Generation 4, 5, 6.
E.    Inel LGA 1155
ຊ໋ອກເກັດໄດ້ຮັບການອອກແບບມາສຳລັບຊີພີຍູ Intel Core I ລວມໄປຮອດຕະກູນໃໝ່ທີ່ເປີດຕົວໃນປີ 2012 ໂດຍພັດທະນາຕໍ່ຈາກຊີພີຍູໃນຊ໋ອກເກັດ LGA 1156 ແມນບອດຂອງຊ໋ອກເກັດ LGA 1155 ຈະໃຊ້ຊິບເຊັດຕະກູນ Intel P6x/H6x ຂຶ້ນໄປ.


F.    Intel LGA 2011
ຊ໋ອກເກັດ LGA 2011 ໄດ້ຮັບການອອກແບບມາສຳລັບຊີພີຍູ Intel Core I7 ລຸ້ນໃໝ່ສະເພາະ ເຊິ່ງແມ່ນ Generation 5, 6, 7 ໂດຍຊີພີຍູແບບ Hexa Core (6 ໜ່ວຍປະມວນຜົນ) ຫຼື ແບບ Octa Core (8 ໜ່ວຍປະມວນຜົນ) ເຮັດວຽກກັບຊິບເຊັດ Intel X79 ແລະ ຕິດຕັ້ງ RAM ແບບ Quad Channel DDR3 Quad Channel DDR4 ໂຕຊ໋ອກເກັດ LGA 2011.

2.  ຊີພີຍູຂອງ AMD
A.   AMD AM3/AM3+
            ເມື່ອ AMD ເປີດໂຕຊີພີຍູ Athlon III ແລະ Phenom II ທີ່ຮອງຮັບການເຮັດວຽກຮ່ວມງານກັບ RAM DDR 3 ທາງ AMD ຈຶ່ງອອກແບບຊ໋ອກເກັດ AM3 ຂຶ້ນມາໂດຍລັກສະນະຂອງຊ໋ອກເກັດ AM3 ມີຈຳນວນຂາ 941 ຂາ ລ່າສຸດກັບຊ໋ອກເກັດ AM3+ ທີ່ຮອງຮັບຄວາມທີ່ຂອງຊີພີຍູສູງເຊັ່ນລຸ້ນ FX Series ລຸ້ນໃໝ່ຊຶ່ງຈະເປັນຊີພີຍູປະສິດທິພາບສູງລະດັບ Hexa Core ແລະ Octa Core ຂອງ AMD.

B.   AMD FM1
            ການເປີດໂຕຂອງຊີພີຍູ AMD Fusion ໃນຕະກູນ A-Series ມາພ້ອມກັບຊ໋ອກເກັດ FM1 ລັກຊະນະຂອງຊ໋ອກເກັດນີ້ມີຈຳນວນຂາທັງໝົດ 905 ຂາ ແລະ ຍັງເປັນເຂັມຄືກັນກັບຊີພີຍູຂອງ AMD ລຸ້ນອື່ນໆ


C.    AMD FM2
        ຊີພີຍູ AMD Fusion ລຸ້ນໃໝ່ປີ 2012 ຕະກູນ A-Series ມາພ້ອມກັບຊ໋ອກເກັດ FM2 ຊຶ່ງລັກຊະນະຂອງຊ໋ອກເກັດນີ້ຈະມີຕຳແໜ່ງຂາທີ່ແຕກຕ່າງແຕ່ຈຳນວນຂາມີ 905 ຂາເທົ່າກັນຈາກຊ໋ອກເກັດ FM1 ໂດຍບໍ່ສາມາດໃຊ້ງານຮ່ວມກັນໄດ້ ຊ໋ອກເກັດ FM2.
3.  ລົງເລິກກ່ຽວກັບລາຍລະອຽດຂອງຜູ້ຜະລິດຊີພີຍູ
       ຊີພີຍູຂອງບໍລິສັດ Intel
Intel ( www.intel.com ) ເປັນຜູ້ຜະລິດຊີພີຍູສຳລັບເຄື່ອງ PC ລາຍໃຫຍ່ທີ່ສຸດຂອງໂລກ ບໍລິສັດ Intel ໄດ້ຜະລິດຊີພີຍູລຸ້ນທຳອິດຈົນຮອດລຸ້ນປະຈຸບັນເຊິ່ງພັດທະນາຕໍ່ຈາກຍຸກ 386, 486 ຈົນມາໃຊ້ຊື່ Pentium, Pentium Pro, Celeron, Pentium II, Pentium III  ແລະ ມາເຊິ່ງຍຸກ Core 2 Duo, Core 2 Quad Core i3, Core i5, Core i7.
A.   ຊີພີຍູຕະກູນ Celeron ແລະ Pentium
            ເປັນຊີພີຍູຕະກູນ ທີ່ໃຊ້ຊ໋ອກເກັດ LGA 775, LGA 1155, LGA 1156 ຈະແຕກຕ່າງຈາກຊີພີຍູຈຳພວກ Core I ໃນເລື້ອງຄວາມໄວການເຮັດວຽກງານ ແລະ ຂະໜາດຂອງໜ່ວຍຄວາມຈຳແຄດ L2, L3 ນອກຈາກນັ້ນການເຮັດວຽກຂອງຊິບGraphic ໃນໂຕຊີພີຍູຕະກູນ Celeron ແລະ Pentium ຍັງມີປະສິທິພາບຕ່ຳກວ່າຊີພີຍູກະກູນ Core I.
           
B.   ຊີພີຍູກະກູນ Core2
Core 2 Duo :ເປັນຊີພີຍູຕາມການຕັ້ງຊື່ Intel Core Architecture ໂດຍໂຄງສ້າງໄດ້ພັດທະນາຈກາຊີພີຍູສອງແກນເຊິ່ງໂຕເລກ2ບອກເຖິງການເປັນລຸ້ນທີ 2 ຂອງຕະກູນ 2ແກນ Intel ເຊິ່ງໄດ້ເປີດໂຕຊີມີຍູເມື່ອປີ 2007ໂດຍໃຊ້ໂລໂກ້ທີ2
Core 2 Quad : ເປັນຊີພີຍູທີ່ມີປະສິດທິພາບສູງເຊິ່ງເປັນການຕັ້ງຊື່ Intel Core Architecture ຄືກັນເປີດໂຕຕົ້ນປີ 2007 ໂດຍໂຄງສ້າງຂອງ Core 2 Quad ນີ້ຈະນຳຊີພີຍູ Core 2 Duo ຈຳນວນ 2 ໂຕມາລວມກັນເພື່ອໃຫ້ເຮັດວຽກດ້ວຍຄວາມໄວສູງເຊິ່ງໄວກວ່າ Core 2 Duo ເທົ່າໂຕ.
Core 2 Extreme : ເປັນຊີພີຍູຕາມການຕັ້ງຊື່ຂອງ intel Core Architecture ແຕ່ເນັ້ນກຸ້ມຜູ້ທີ່ຕ້ອງການຄວາມໄວສູງສຸດໂດຍບໍ່ສົນເລື່ອງລາຄາວ່າຈະແພງປານໃດຊຶ່ງເປັນຊີພີຍູທີ່ໄວທີ່ສຸດແລະມີປະສິທິພາບໃກ້ຄຽງກັບຊີພີຍູ Core i7 ບາງລຸ້ນໃນຈຳພວກ ຊ໋ອກເກັດ LGA 775
C.    ຊີພີຍູຕະກູນ Core i3
ຊີພີຍູ Core i3 ເປີດໂຕຂຶ້ນເພື່ອທົດແທນຊີພີຍູຕະກູນ Core 2 ໂດຍເປັນຊີພີຍູແບບ Dual Core ແລະ Quad Core ເຊິ່ງ ຊີພີຍູ Core i3 ນີ້ Intel ຕັ້ງໃຈໃຫ້ເປັນຊີພີຍູທີ່ມີປະສິທິພາບລະດັບໜຶ່ງໃນລະດັບທີ່ບໍ່ແພງເກີນໄປສິ່ງທີ່ແຕກຕ່າງລະຫວ່າງຊີພີຍູ ຕະກູນ Core i3 ທີ່ໃຊ້ຊ໋ອກເກັດ LGA 1155 ຄືກຣາບຟິກສູງກວ່າຊ໋ອກເກັດອື່ນ.
D.   ຊີພີຍູຕະກູນ Core i5
ໃຊ້ໂຄງສ້າງດຽວກັນກັບຊີພີຍູຕະກູນ Core i ໂດລຸ້ນຂອງຊ໋ອກເກັດ LGA 1155 ຈະເປັນຊີພີຍູແບບ Quad Core ແທ້ ຫຼື 4 ແກນແທ້ ແລະ ຍັງມາພ້ອມເຕັກໂນໂລຢີ Turbo Boost ຊຶ່ງສາມາດປັບຄວາມໄວຂອງຊີພີຍູໄດ້ອັດຕະໂນມັດຕາມຈຳນວນ Core ທີ່ໃຊ້ງານ.
E.    ຊີພີຍູຕະກູນ Core i7
ຊີພີຍູ Core i7 ເປັນຊີພີຍູລະດັບ Top ສູງສຸດຂອງບໍລິສັດ Intel ໂດຍເປັນຊີພີຍຸແບບ Quad Core , Hexa Core, Octa Core ແລະສາມາດປົດລ໋ອກຄວາມໄວໄດ້ສຶ່ງສົ່ງຜົນໃຫ້ຊີພີຍຸລຸ້ນນີ້ເປັນຊີພີຍູລຸນນີ້ຮ້ອງຮັບເຕັກໂນໂລຍີຂອງ Intel ເກືອບໝົດທຸກສິ່ງ
ຊີພີຍູ Core i7 ລຸ້ນໃໝ່ນີ້ນິຍົມແບບຊ໋ອກເກັດ LGA 1155 ຮອງຮັບRamແບບ Dual Channel DDR3 ມີກຣາບຟິກສູງ Intel HD ແລະ ມີລຸ້ນໂຕອັກສອນລົງທ້າຍດ້ວຍ K ຊື່ເປັນລຸ້ນສຳລັບປົດລ໋ອກໂຕຄວາມໄວຂອງຊີພີຍູ
F.    ຊີພີຍູຕະກຸນ Athlonll
            ຊີພີຍູເປັນຊີພີຍູພັດທະນາຈາກ Athlon 64ລຸ້ນເກົ່າ Athlon II ຈື່ງສາມາດປັບລະດັບມາເປັນຊີພີຍູລາຄາຖືກ ໂດຍຮອງຮັບແຮມແບບ Dual channel ໃຊ້ຊອກເກັດ AM3 ມີທັງລຸ້ນ Dual CORE X2. TRIPLE CORE X3 ແລະ quad core 4x ໃຊ້ຊີພີຍູມີນີມີເຄັດ l2 ຂະໜາດ 1-2m


G.   ຊີພີຍູຕະກຸນ phenom II
            AMD phetnom II ພັດທະນາຈາກຕະກຸນ phetnom (ລຸ້ນທໍາອິດ ) ຮອງຮບການເຮັດວຽກຂອງຊອກເກັດ AM3 ການວາງຈໍຳໜາຍຊີພີຍຍູ PHETNOM II ຈະແບ່ງອອກ 3 ກຸ່ມຕາມຈໍານວນໜ່ວຍປະມວນຜົນ (cores ຄື PHETNOM II X2 ເປນຊີພີຍູ dual core)
ຊີພີຍູຕະກຸນ phenom II x4 ເປັນຊີພີຍູ qual core ແລະ ເປັນລຸ້ນທີ່ມີປະສິດທິພາບສູງສຸດກັບ phrtnom II x6 ຊື່ງເປັນຊິພິຍູແບບ hexa core ໂດຍມີຂະໜາດເພີ້ມຂື້ນ l2 ແລະ l3 ໃຫ້ຮອງຮັບການເຮັດວຽກແບບຮອງຮັບ 6 ໜ່ວຍປະມວນຜົນໄດ້ຢ່າງມີປະສິດທີພາບ ຊີພິຍູ phetnom II X6 ສາມາດເຮັດວຽກ MAINBOARD AM3/AM3+ ໄດ້
H.   ຊີພີຍູຕະກຸນ APU (E-SERIES)
ຊິພິຍູ APU ເປັນຊິພິຍູກຸ່ມໃຫ່ຍທີ່ໃຊ້ກຣາບຟິກ Direct x11 ພາຍໃນ. ໂດຍກຸ່ມຕະກຸນ APU (E-SERIES) ເປັາຊີພີຍູອອກແບບມາເພື່ອເຄື່ອວງຄອມພິວເຕີກປະເພດ thin & light ຫຼື ກຸ່ມຄອມພິວເຕີເພື່ອຄວາມບັນເທິງໂດຍສະເພາະການເບີ່ງໜັງເປັນຕົ້ນ
I.     ຊີພີຍູຕະກຸນ APU (A-SERIES)
ໃຊ້ຊອກເກັດ FM1 ແລະ FM2 ລຸ້ນລ້າສຸດ ຊິພິຍູກຸ່ມຕະກຸນ APU (A-SERIES) ຍັງແບ່ງອອກຕາມລຸ້ນຍ້ອຍໆຕາມລະດັບຕາມຄວາມຕ້ອງການຂອງຜູ້ທີ່ຈະເລືອກໃຊ້ໃນໜ່ວຍຊິພິຍູນີ້ມີໜ່ວຍຄວາມຈຳແຄັດ L2 ຂະໜາດ 2-4MB ພ້ອມຊິບກາບຟິກຊື່ງ ສູງກ່ວາ INTEL HD ຊິພິຍູກຸ່ມຕະກຸນ APU (A-SERIES) ຈື່ງເປັນຊິພິຍູໃຫ້ປະສິດທິພາບຄຸ້ມຄ່າໂດຍສະເພາະກຸ່ມຊອກເກັດ FM2 ທີ່ໃດ້ຮັບການປັບປຸງເປັນປະສິດທິພາບໃໝ່.
J.     ຊີພີຍູຕະກຸນ FX-series.
AMD ເຄີຍມີຊິພິຍູລົງທ້າຍດ້ວຍຕົວອັກສອນ FX ອັນບອກເຖີງຄວາມເປັນລຸ້ນ TOP ຫຼື ລຸ້ນສູງສຸດໃນຕະກຸນຫາກທຽບໃສ່ກັບ INTEL ກໍ່ຈະເປັນຕະກຸນ CORE I , EXTREME ໂດຍຊິພິຍູຕະກຸນ FX-series ເຮັດວຽກແບບ QUAL CORE ຈົນຮອກ OXTA CORE ທີ່ຊອກເກັດ AMD+ ມາພ້ອມກັບໜ່ວຍຄວາມຈຳແຄັດ l2 ແລະ l3.


ບົດທີ:3
ຮູ້ຈັກ ຊິບກຣາບ ແລະ ຜອດຕໍ່ໃສ່ໜ້າຈໍ
ຊິບກຣາບຟິກ 3ມິຕິຍອດນິຍົມ
ຜູ້ຜະລິດກຣາບຟິກໃນປະຈຸບັນມີພຽງ2ບໍລິສັດຄື: NVIDIA ແລະ AMD ຊື່ງທັງສອງບໍລິສັດນີ້ຕ່າງກໍ່ແຂວງຂັນກັນພັດທະນາເຕັກໂນໂລຢິຊິບກຣາບ 3ມິຕິມາຈົນເຖີງຈຸດເກີນຄວາມຕ້ອງການຂອງຜູ້ຊົມໃຊ້ ເຕັກໂນໂລຢິຊິບກຣາບຟິກເກີດການພັດທະນາອີກເທື່ອເມື່ອເກມທີ່ຮອງຮັບລະບົບWINDOWS7/10 ເຮັດວຽກຮ່ວມກັນກັບ DIRECT X11 ຈື່ງຕ້ອງການພະລັງໃນການປະມວນຜົນພາບແບບ3ມິຕິກ່ວາເກົ່າ.

ຊິບກຣາບຟິກ ATI AMD
AMD (ATI.AMD.COM)ໄດ້ເຂົ້າຊື້ກິດຈະການຂອງບໍລິສັດ ATI ຊື່ງເປັນຜູ້ຜະລິດຊິບກຣາບສາມມິຄຕິໃນຕະກຸນ RADEON ຈະໃຊ້ລຸ້ນນໍາໜ້າດ້ວຍຄຳວ່າ HD ຊື່ງບອກເຖີງ HIGH DEFINITION ເພື່ອບອກຜູ້ຊື້ວ່າຊິບກາຣບຟິກລຸ້ນໃໝ່ນັ້ນຮອງຮັບການເບີ່ງວິດີໂອດ້ວຍຄວາມລະອຽດສູງ.
          ຊິບກຣາບຟິກຕະກຸນ RADEON ຖືກແບ່ງອອກຕາມປະສິດທິພາບ ແລະ ລາຄາໂດຍມີຕັ້ງແຕ່ຕະກຸນ RADEON HD,ຕະກຸນ R ຕະກຸນ RX ເຊີ່ງຂື້ນໄປຕາມປະສິດທີພາບ ແລະ ການຮອງຮັບຂອງ PCI EXPRESS 3.0
ຊິບກຣາບຟິກຂອງ INTEL
ບໍລິສັດ INTEL ເປັນຜູ້ຜະລິດຊິບກຣາບໃນຮູບແບບຂອງຊິບເຊັດ ມາດົນ ກຣາບຟິກຂອງ INTEL ຈະເນັນກຸ່ມຜູ້ໃຊ້ທົ່ວໄປຕ້ອງການຄວາມປະຍັດ ປະຈຸບັນຊິບກຣາບ INTEL ໄດ້ພັດທະນາເປັນ INTEL HD ຊື່ງພ້ອມຊິພີຍູຕະກຸນ CORE I ທີ່ມີປະສິດທີພາບສູງແລະຄຸ້ມຄ່າ
ຊິບກຣາບຟິກຂອງ NVIDIA
NVIDIA(WWW.NVIDIA.COM)ມີຊື່ສຽງໃນການພັດທະນາຕະກຸນ GEFORCE ການວາງຈຳໜ່າຍຂອງ NVIDIA ໄດ້ປ່ຽນຊື່ຕົວອັກສອນນຳໜ້າໂຕເລກ ແລະ ເລີ້ມເອີ້ນສື່ຕາມລຳດັບໂຕເລກຂື້ນໄປ ຕົວຢ່າງ: GEFORECE
GTX295, GT720M, GT920
ໜ່ວຍຄວາມຈຳຂອງກຣາບສະແດງຜົນ
ສ່ວນໜື່ງຂອງປະສິດທີພາບຂອງກຣາບສະແດງຜົນນັ້ນຂື້ນຢູ່ກັບຄວາມໄວຂອງໜ່ວຍຄວາມຈຳຂອງກຣາດນຳເພາະກຣາບຟິກຕ້ອງໃຊ້ພື້ນທີ່ຈຳນວນຫຼາຍໃນການປະມວນຜົນດັງນັ້ນກຣາດສະແດງຜົນຈືງມີຄວາມຈຳເປັນຈຳນວນຫຼວງຫຼາຍຈື່ງເຮັດວຽກໄດ້ໄວ ແລະ ສົ່ງຜົນໃຫ້ກຣາດສະແດງຜົນນັ້ນມີປະສິດທີພາບສູງເຊີ່ງປະເພດຂອງໜ່ວຍຄວາມຈຳທີ່ນິຍົມໃຊ້ມີດັງນີ້
ຊື່ແຣມ
ຄຸນນະສົມບັດ
ແຣມDDR2
ເຮັດວຽກແບບດຽວກັບແຣມDDR2 ຄອມ
ແຣມGDDR2
ເປັນແຣມDDR2ທີ່ອອກແບບມາສຳລັບກຣາດສະແດງຜົນ
ແຣມGDDR3
ເປັນແຣມDDR3 ສໍາລັບກຣາດສະແດງຜົນ ຮອງຮັບຄວາມໄວ 1GHZ ຂື້ນໄປ
ແຣມGDDR4
ເປັນແຣມDDR4 ສໍາລັບກຣາດສະແດງຜົນ ຮອງຮັບຄວາມໄວ 1.5GHXຂື້ນໄປ
ແຣມGDDR5
ເປັນແຣມDDR5 ສໍາລັບກຣາດສະແດງຜົນ ຮອງຮັບຄວາມໄວ 3GHXຂື້ນໄປ



ຊື່ການເອີ້ນ
ການໃຊ້ງານ
VGA
ເຊື່ອມຕໍ່ຈໍພາບທົ່ວໄປ ສົ່ງຂໍ້ມູນແບບອານາລອກ
DVI-(SINGLE LINK)
ເຊື່ອມຕໍ່ຈໍພາບທົ່ວໄປ ສາມາດໃຊ້ຮວມກັບຫົວແປງ DVI-TO-VGA ໄດ້ຮອງຮັບຄວາມລະອຽດ 2,400X1,920 ພິກເຊວ
DVI-D (DUAL LINK)
ເຊື່ອມຕໍ່ຈໍພາບຂະໜາດໃຫຍ່ແບບ ດີຈີຕອນທີ່ຄວາມລະອຽດ 3,840X2,400ພິກເຊວ
DVI-A
ສົ່ງສັນຍານແບບອານາລອກ ສາມາດໃຊ້ຮວມກັວຫົວແປງ DVI-TO-VGA ໄດ້
S-VIDEO
ເຊື່ອມຕໍ່ກັບໂທລະພາບ ຫຼື ອຸປະກອນ AV ຕາມບ້ານ
HDMI
ເຊື່ອມຕໍ່ກັບພາບດີຈີຕອນຮອງຮັບລະຫັດ HDCP (HIGH DEFINITION MULTIMEDIA INTERFACE) ສຳລັບວີດີໂອລະອຽດແບບ HD ທີ່ 1,920X1,080 ໂດຍ HDMI 1.3 ຂື້ນໄປຈະຮອງຮັບຄວາມລະອຽດຫຼາຍກ່ວາ 2,560x1,600 ພິກເຊວ
MINI HDMI

DISPLAY PORT
ເຊື່ອມຕໍ່ກັບພາບດີຈີຕອນຮອງຮັບຄວາມລະອຽດໄດ້ສູງສຸດ 2,560x1,600 ພິກເຊວ ແລະ ລ່າສຸດເຖີງ 3,840x2,160 ພິກເຊວ ພ້ອມຮອງຮັບການເຂົ້າລະຫັດ hdcp ແບບດຽວກັບ HDMI
MINI DISPLAY PORT




ພອດເຊື່ອມຕໍ່ຂອງ AINBOARD
ພອດເຊື່ອມຕໍ່ແບບຕ່າງໆເຊື່ອມຕໍ່ກັບອຸປະກອນພາຍນອກເຊັ່ນ:ຄີບອດ,ເມົາ,ເຄື່ອງພີມ ເປັນຕົ້ນ. ລັກສະນະຫົວຕໍ່ແຕ່ລະແບບມີມາດຕາຖານຢູ່ແລ້ວຈື່ງບໍ່ຕ້ອງຄິດວ່າຈະສຽບຜິດອິກທັງຫົວຕໍ່ໃນປັດຈຸບັນຈະມີສີແຕກຕ່າງກັນເພື່ອໃຫ້ການເຊື່ອມຕໍ່ກັບອຸປະກອນໃຫ້ງາຍຂື້ນ.
ແນະນຳ USB & FIRE WIRE

Port USB ເປັນການເຊື່ອມຕໍ່ກັບອຸປະກອນທີ່ໄດຮັບຄວາມນິຍົົມມາດົນນານຕັ້ງແຕ່ USB (UNIVERSAL SERIAL BUS) USB 1.1 ຊື່ງມີອັດຕາການຮັບການສົ່ງຂໍ້ມູນພຽງແຕ່ 1.2mbps ຈົນມາຮອດ 2.0​(480mbps) ພັດທະນາຕໍ່ USB 3.0 ມີອັດຕາຄວາມໄວ 5Gb/s ຕໍ່ມາແມ່ນ USB 3.1 ມີຄວາມໄວ 10Gb/s ນອກຈາກ USB ແລ້ວຍັງມີພອດ ທີ່ເອີ່ນວ່າ FIRE WIRE (IEEE1394) ໂດຍມີຈຸດເດັນຫຼາຍກ່ວາ USB ຄືມີຊິບຄວບຄຸມການເຮັດວຽກດ້ວຍຕົນເອງ (USB 3.0 USB 3.1 ກໍ່ເຊັ່ນດຽວກັນ$

ไม่มีความคิดเห็น:

แสดงความคิดเห็น